Acer Aspire TimelineX ອອກແບບໃຫມ່ແຮງເຮັດໄດ້ທັງວຽກ ແລະ ຄວາມບັນເທີງ
Acer Aspire Time lineX ເປັນໂນດບຸກທີ່ໄດ້ຮັບການປັບຮູບແບບໃຫມ່ລວມໄປເຖິງການອອກແບບທີ່ຫລູຫລາກມາ ພ້ອມຂີດສຸດຂອງຄວາມແຮງໃນແບບ Xtreame performance ດ້ວຍຊີພີຢູປະສິດທິພາບສູງຈາກຕະກູນ Intel Core i5ຮຸ່ນໃຫມ່ຫລ້າສຸດສາມາດເຮັດວຽກຮ່ວມກັບຊອຟທ໌ແວຣ໌ Acer power smartໃນແບບ Xtream Battery Life ໄດ້ທັນທີຊ່ວຍໃຫ້ການເຮັດວຽກດ້ານນອກສະຖານທີ່ໄດ້ຍາວນານຫລາຍກວ່າ 8ຊົ່ວໂມງແລະ ພົບກັບຄວາມບາງຍິ່ງກວ່າເດີມມີຄວາມຫນາຫນ້ອຍກວ່າ 1ນິ້ວ ນອກຈາກນີ້ຍັງໄດ້ຮັບການປັບປຸງໃນເລື່ອງຂອງວັດສະດຸທີ່ເລືອກໃຊ້ເຮັດໃຫ້ເບິ່ງສວຍງາມ ແລະ ຄວາມທົນທານດ້ວຍໂຄງສ້າງທີ່ແຂງແຮງດ້ວຍຝາອັດອາລູມີນັມແບບ Brushed MetalFinished ສີດຳ ແລະ ສີ ບຣອນ ເງິນຫນັ້ນໃຈໄດ້ໃນຮູບແບບການໃຊ້ວຽກຂອງທຸກຮູບແບບ.
ດ້ານຄຸນສົມບັດຂອງຜະລິດຕະພັນ
Acer ປະສົບຄວາມສຳເລັດກັບ Aspire Timeline Series ຫລາຍທີ່ສຸດກັບຮູບລັກສະນະ ແລະ ການອອກແບບທີ່ສວຍງາມອີກທັງຍັງມີຄວາມບາງ ແລະ ເບົາຊ່ວຍໃຫ້ພົກພາດ້ວຍຄວາມສະດວກສາມາດເຮັດວຽກໄດ້ຍາວນານສຳລັບການສາກແບັດເຕີພຽງເທື່ອດຽວເຮັດໃຫ້ Acer Aspire TimelineX ຍັງຄົງໄວ້ ເຊິ່ງການອອກແບບທີ່ສວຍງາມໃກ້ຄຽງກັບຮຸ່ນເດີມພໍສົມຄວນ ແຕ່ລາຍລະອຽດເລັກໆນ້ອຍໆໄດ້ຮັບການປັບປຸງໃຫມ່ໃຫ້ຫລູຫລາຫລາຍຂຶ້ນດ້ວຍການເລືອກໃຊ້ວັດສະດຸທີ່ເປັນອາລູມີນັມແບບ Brushed Metal Finished ທີ່ລົງຕົວຫນ້າໃຊ້ຍິ່ງຂຶ້ນລວມໄປເຖິງນ້ຳຫນັກທີ່ເບົາປະມານ 2,28ກິໂລກຣາມເທົ່ານັ້ນເມື່ອລວມກັບແບັດເຕີຣີ 9ເຊລ ຄວາມຈຸ 9000mAh.
Acer cineCrystal High Definition LED ມີຂະຫນາດ 14ນິ້ວເປັນອີກຫນຶ່ງຄວາມໂດດເດັ່ນທີ່ສຳຜັດໄດ້ຢ່າງໃກ້ຊິດສາມາດສະແດງພາບກຣາຟິກຕ່າງໆໄດ້ຢ່າງຖືກຕ້ອງບໍ່ວ່າຈະເປັນກຣາຟິກຕົກແຕ່ງຮູບຖ່າຍ ຫລື ເບິ່ງຮູບດີວີດີ ໂດຍໃຫ້ຄວາມລະອຽດສູງສຸດ 1366x768ພິກເຊລ ໃນອັດຕາສ່ວນຂະຫນາດ 16:9.
Acer ມີລະບົບການເຮັດວຽກແບບ Hybride ໃນການສະຫລັບໃຊ້ວຽກກຣາຟິກຊິບໄປມາລະຫວ່າງ Intel Graphics MediaAccelerator HD ແລະ ATI Mobility Radeon HD 5650ຕາມສະຖານະການຂະນະເຮັດວຽກເພື່ອໃຫ້ເຮົາໃຊ້ວຽກໄດ້ຍາວນານກວ່າ 8ຊົ່ວໂມງ (ເມື່ອໃຊ້ວຽກກັບແບັດເຕີຣີ 9ເຊລ) ແຕ່ຫາກຕ້ອງການປະສິດທິພາບການສະແດງຜົນທີ່ສູງຂຶ້ນສາມາດສະຫລັບໄປໃຊ້ວຽກກຣາຟິກແບບແຍກໄດ້ທັນທີ ເຊິ່ງກຣາຟິກກາຣ໌ດ ATI Mobility Radeon HD 5650ມີຄວາມວ່ອງໄວໃນການປະມວນຜົນທີ່ດີພ້ອມດ້ວຍຫນ່ວຍ ຄວາມຈຳ (VRAM) ຂະຫນາດ 1.723GB ຈິ່ງສາມາດທີ່ຈະເຮັດວຽກກຣາຟິກ ຫລິ້ນເກມ ໃນປະຈຸບັນ ໄດ້ທັງຫມົດ ຫລື ທຽບເທົ່າກັບກຣາຟິກລະດັບກາງໃນເຄື່ອງພີຊີເດສທ໋ອບໄດ້ເລີຍ.
Acer Aspire TimelineX 4820TGໃຫ້ຄວາມແຮງໃນການເຮັດວຽກດ້ວຍຊຸດແພລດຟອມຍອດນິຍົມໃນປະຈຸບັນກັບ ຊີພີຢູ Intel ໃນຮຸ່ນ Core i5-540ຄວາມໄວ 2.27GHzພ້ອມເຕັກໂນໂລຊີ turbo Boost 2.53GHzແລະ ມີເຕັກໂນໂລຊີ Hyper-Threadingທີ່ຊ່ວຍຈຳລອງເທຣດການເຮັດວຽກເປັນສອງເທົ່າ ເຮັດໃຫ້ໄດ້ປະສິດທິພາບເພີ່ມຫລາຍຂຶ້ນກວ່າເດີມ ສາມາດຕອບສະຫນອງການນຳໃຊ້ໄດ້ວ່ອງໄວຂຶ້ນ ແລະ ເຮັດວຽກຮ່ວມກັບຫນ່ວຍຄວາມຈຳ DDR3 ຂະຫນາດ 2GB ໃຫ້ຄວາມລ່ຽນໄຫລໃນການເຮັດວຽກຮ່ວມກັບໂປຣແກຣມໃຫມ່ໆໃນປະຈຸບັນໄດ້ທັງຫມົດ ບໍ່ວ່າຈະເປັນການຕັດຕໍ່ຮູບເງົາ ຫລື ແຕ່ຮູບຖ່າຍ, ຕົກແຕ່ງພາບກຣາຟິກເປັນຕົ້ນ ອີກທັງຍັງມີພື້ນທີ່ເກັບຂໍ້ມູນສຳຄັນໄວ້ໄດ້ທັງຫມົດກັບຮາດດິສ Western digitalໃນລະຫັດ WD5000BEVT-22A0RT0ຄວາມຈຸ 500GB.
ຜອດເຊື່ອມຕໍ່ມີໃຫ້ໃຊ້ວຽກຫລາກຫລາຍ ເພື່ອໃຫ້ພຽງພໍທີ່ຈະໃຊ້ຮ່ວມກັບອຸປະກອນຮຸ່ນໃຫມ່ໃນປະຈຸບັນ ແລະ ອະນາຄົດ ທັງຜອດUSB 2.0ຈຳນວນ 4 ຊຸດ ແລະ ຜອດ HDMI ສຳລັບເຊື່ອມຕໍ່ກັບຈໍ LCD ພາຍນອກ ຫລື ຈໍໂປຣເຈັກເຕີໃນປະຈຸບັນ ມີດີວີດີດຣາຍໃນຕົວ ລວມໄປເຖິງການຂາຍພື້ນທີ່ໃນສວ່ນຂອງທັດແພັດໃຫ້ມີຂະຫນາດໃຫຍ່ຂຶ້ນ ເພື່ອຮອງຮັບການນຳໃຊ້ໃນແບບ Multi-touchແລະ Click pad ໃນແບບປຸ່ມດຽວClickໄດ້ທັງຊ້າຍແລະຂວາ.
ນອຈາກນັ້ນແລ້ວ Acer Aspire TimelineX 4820TGຍັງມາພ້ອມລະບົບປະຕິບັດການ Windows 7 Home Premium 64 Bitທີ່ເຮັດໃຫ້ທ່ານຫມົດຫ່ວງໄປເລີຍກ່ຽວກັບການອັບເດດ ບໍ່ຕ້ອງເສຍເວລາມາຖືກກວດກາຢູ່ຕະຫລອດ ອັບເດດໄດ້ງ່າຍ ໃຊ້ວຽກແບບສະບາຍໃຈ ແລະ ທີ່ສຳຄັນຊ່ວຍປົກປ້ອງຂໍ້ມູນຂອງທ່ານໄດ້ດີທີ່ສຸດ.
ຜົນຈາກການທົດສອບ
Acer Aspire TimelineX 4820TGອາດຈະມີນໍ້າຫນັກຫລາຍຫນ້ອຍຫນຶ່ງສຳລັບສຸພາບສຸຕີທີ່ຈະພົກພາຕິດຕົວໄປໃຊ້ວຽກເລື້ອຍໆ ແຕ່ສຳລັບຜູ້ຊາຍໃຊ້ວຽກຈະຮູ້ສຶກວ່າຄ່ອງຕົວຫລາຍກວ່າ ແລະ ສາມາດໃຊ້ວຽກໄດ້ດົນພໍສົມຄວນກັບແບັດເຕີຣີຂະຫນາດ 9 ເຊລ ເຊິ່ງເທົ່າທີ່ໄດ້ສຳຜັດແບັດເຕີຣີຈະຢູ່ປະມານ 4 ຊົ່ວໂມງກວ່າ ແລະ ສັນຍານວາຍເລັດສມີຄຍວາມສະຖຽນສູງ ສາມາດເຊື່ອຕໍ່ກັບອິນເຕີເນັດດ້ານນອກສະຖານທີ່ໄດ້ດີ ສ່ວນແປ້ນຄີບອດ ແລະ ທັດແພັດ Acer ອອກມາໄດ້ລົງຕົວ ແລະ ເຫມາະສົມ ສາມາດທີ່ຈະເຮັດວຽກຕ່າງໆໄດ້ຄ່ອງຕົວ ສ່ວນຊີພີຢູ ແລະ ກຣາຟິກກາຣ໌ດເຮັດວຽກຮ່ວມກັນໄດ້ລົງຕົວ ບໍ່ວ່າຈະເປັນກຣາຟິກ ຫລື ລິ້ນເກມສາມມິຕິ ກໍ່ສາມາດເຮັດໄດ້ຢ່າງລ່ຽນໄຫລ, ເຟຣມເຣດສູງພໍສົມຄວນ, ຄວາມຮ້ອນທີ່ກວດພົບເທິງແປ້ງຄີບອດ ແລະ ບ່ອນຮອງຂໍ້ມືເກືອບຈະບໍ່ມີເລີຍ ເຖິງວ່າໂປຣແກຣມກວດຈັບອຸນຫະພູມຈະພົບວ່າຊີພີຢູມີຄວາມຮ້ອນສູງກໍ່ຕາມ ຮຽກໄດ້ວ່າຕອບໂຈດຄວາມຕ້ອງການຂອງຄົນເຮັດວຽກໃນປະຈຸບັນໄດ້ເປັນຢ່າງດີ.
ຂໍຂອບໃຈຂ່າວຈາກ http://www.ecom.org.la