Iconia Tab A200 ແທັບເລັດລາຄາປະຢັດຈາກເອເຊີ
ມື້ນີ້ທາງຄໍລໍາຜ່າໂລກໄອທີມີແທັບເລັດລາຄາປະຢັດຈາກເອເຊີນັ້ນກໍ່ຄື Acer Iconia Tab A200 ມານໍາສະເຫນີແກ່ທ່ານຜູ້ອ່ານ ເຊິ່ງແທັບເລັດຕົວນີ້ມາພ້ອມຫນ້າຈໍຂະຫນາດ 10 ນິ້ວ, ຊິບປະມວນ ຜົນແມ່ນ NVIDIA Tegra 2 ຄວາມໄວ 1 GHz ແບບດູອັລຄໍຣ, ຄຸນລັກສະນະຕ່າງໆກໍ່ຄືກັນກັບ Iconia Tab A500 ບໍ່ແຕກຕ່າງຫຍັງຫລາຍ ພຽງແຕ່ຮຸ່ນນີ້ຖືກຕັດກ້ອງຫລັງ ແລະ ຜອດ HDMI ອອກໄປເພື່ອເປັນການຫລຸດລັກສະນະສະເພາະລົງ ແຕ່ວ່າໃນເລື່ອງຂອງລະບົບປະຕິບັດການກໍ່ຈະມາພ້ອມກັບ Android 4.0 Ice Cream Sandwich.
ດ້ານຮາດແວຣ໌ (Hardware)
ຄືທີ່ກ່າວໄປຕອນຕົ້ນແລ້ວວ່າ Acer Iconia Tab A200 ນັ້ນມີຄຸນລັກສະນະສະເພາະທີ່ໃກ້ຄຽງກັບຕົວ Acer Iconia Tab A500 ມີພຽງແຕ່ການຕັດກ້ອງຫລັງ ແລະ ຊ່ອງສຽບ HDMI ອອກໄປເທົ່ານັ້ນສ່ວນຮູບຊົງ, ການອອກແບບ ແລະ ນ້ໍາຫນັກກໍ່ຍັງໃກ້ຄຽງກັນຫລາຍ (A200 ເບົາກວ່າຫນ້ອຍຫນຶ່ງ), ສ່ວນວັດສະດຸທີ່ໃຊ້ເຮັດຕົວເຄື່ອງນັ້ນກໍ່ຖືວ່າຢູ່ໃນລະດັບກາງໆ ເພາະຝາຫລັງເປັນພລາສຕິກ ແຕ່ເບິ່ງແລ້ວແຂງແຮງທົນທານພໍສົມຄວນ.
Acer Iconia Tab A200ມາພ້ອມຫນ້າຈໍຂະຫນາດ 10,1ນິ້ວ ແບບ WXGA ຄວາມລະອຽດ 1280 x 800ພິກເຊລ, ມີລະບົບຄົ້ນຫາຕໍາແຫນ່ງ GPS, ໃຊ້ລະບົບປະຕິບັດການ Android 4.0 Ice Cream Sandwich, ຫນ່ວຍຄວາມຈຳແຣມ 1GB, ຄວາມຈຸຂອງຕົວເຄື່ອງ 16GB, ໃຊ້ພະລັງງານດ້ວຍແບັດເຕີຣີຂະຫນາດ 3260x2 mAh, ນອກຈາກນີ້ ຍັງມີກ້ອງຫນ້າຄວາມລະອຽດ 2ລ້ານພິກເຊລ (ບໍ່ມີກ້ອງຫລັງ) ການເຊື່ອມຕໍ່ດ້ວຍ Wi-Fi 802.11b/g/n ແລະ Bluetooth 2.1.
ເບິ່ງຄຸນລັກສະນະກັນແດ່ແລ້ວບັດນີ້ເຮົາມາເບິ່ງເລື່ອງຂອງການບັນຈຸໃນກ່ອງ ແລະ ຕົວເຄື່ອງກັນຕໍ່ ໂດຍກ່ອງທີ່ບັນຈຸນັ້ນຈະເປັນສີຂາວມີສັນຍະລັກເອເຊີສີຂຽວດ້ານເທິງເບື້ອງຊ້າຍມືລຸ່ມລົງມາເປັນຮູບ ແລະ ຕົວຫນັງສືທີ່ຂຽນໃສ່ວ່າ Acer Iconia Tab A200 ແລະ ສັນຍະລັກລະບົບປະຕິບັດການແອນດຣອຍຕົວສີຂຽວໆ ເມື່ອເປີດອອກມາພາຍໃນກ່ອງຈະມີຕົວເຄື່ອງ, ປຶ້ມຄູ່ມື, ສາຍດາຕາ ແລະ ສາຍສາກແບັດເຕີຣີ.
ແທັບເລັດ Acer Iconia Tab A200 ມາພ້ອມກັບການອອກແບບທີ່ເບິ່ງທັນສະໄຫມດ້ວຍການໃຊ້ສີແບບທູໂທນ ໂດຍບໍລິເວັນດ້ານຫນ້າເປັນສີດໍາ ແລະ ດ້ານຫລັງຈະມີ 2 ສີໃຫ້ເລືອກລະຫວ່າງສີແດງ ແລະ ສີເທົາໃຫ້ຄວາມຮູ້ສຶກຫນັກແຫນ້ນໃນມຸມມອງລວງນອນວັດແທກຂະຫນາດຕົວເຄື່ອງໄດ້ຄວາມຍາວ 260 ມີລີແມັດສູງ 175 ມີລີແມັດ ຫນາ 12,4 ມີລີແມັດ ມີນ້ໍາຫນັກເຄື່ອງ 720 ກຣາມ, ຫນ້າຈໍສະແດງຜົນເປັນຊະນິດ TFT-LCD ມີຄວາມກວ້າງ 10,1 ນິ້ວ (WXGA) ຄວາມລະອຽດ 1280 x 800 ພິກເຊລຮອງຮັບການນໍາໃຊ້ແບບມັລຕິທັດ, ດ້ານຫນ້າໃນມຸມມອງດຽວກັນມີໂລໂກ Acer ຢູ່ດ້ານລຸ່ມ ເມື່ອເປີດເຄື່ອງ ແລະ ລອັກອິນເຂົ້າໄປກໍ່ຈະເຫັນມີປຸ່ມມົນໆນັ້ນກໍ່ຄື Acer Ring ສ່ວນດ້ານເທິງມີກ້ອງມາພ້ອມຄວາມລະອຽດ 2 ລ້ານພິກເຊລແບບໃຊ້ບັນທຶກໄດ້ທັງພາບທໍາມະດາ ແລະ ພາບເຄື່ອນໄຫວ ຫລື ວິດີໂອ ລວມທັງຮອງຮັບວິດີ ໂອLSWinErrຄອລລ໌.
[ອ່ານຕໍ່ສະບັບຫນ້າ]
ດ້ານຊ້າຍມີປຸ່ມເປີດ-ປິດເຄື່ອງເຊິ່ງຫນ້າທີ່ເປັນປຸ່ມລອັກຫນ້າຈໍສະແດງຜົນ, ຊ່ອງສຽງຫູຟັງຂະ ຫນາດ 3,5 ມີລີແມັດ, ຜອດ microUSB (Slave), ຜອດUSB 2.0 (Host) ສາມາດນຳ ອຸປະກອນເກັບຂໍ້ມູນ USB ມາ ສຽບລົງໃສ່ຜອດນີ້ເພື່ອໃຫ້ເຂົ້າ ເຖິງມີເດຍຟາຍລ໌ຕ່າງໆ ໂດຍສະຫນັບສະຫນູນສະເພາະອຸປະກອນເກັບຂອງມູນທີ່ໃຊ້ລະບົບຟາຍລ໌ FAT, FAT32 ຫລື NTFS ແລະມີຊ່ອງສຽບສຳລັບໃສ່ກາຣດ໌ microSD ໄດ້ເພີ່ມເຕີມຮອງຮັບໄດ້ສູງສຸດ 32GB ແລະ ມີປຸ່ມສຳລັບ Reset ເຄື່ອງ ໂດຍມີຝາປິດປ້ອງກັນຝຸ່ນລະອອງ, ດ້ານຂວາມີຮູສຽບສາຍສາກແບັດເຕີຣີ, ດ້ານເທິງມີປຸ່ມປັບລະດັບສຽງ, ປຸ່ມສຳລັບລອັກການຫມຸນຂອງຫນ້າຈໍໃຫ້ຢູ່ໃນລວງໃດລວງຫນຶ່ງ ໂດຍສະເພາະ ແລະ ມີຮູໄມໂຄຣໂຟນຢູ່ບໍລິເວນເຄິ່ງກາງ, ດ້ານລຸ່ມຈະລຽບໆບໍ່ມີປຸ່ມຫຍັງ, ດ້ານຫລັງມີລຳໂພງສະເຕີຣີໂອດ້ວຍກັນ 2 ອັນຢູ່ບໍລິເວນສ່ວນລຸ່ມ.
ດ້ານຊອຟທ໌ແວຣ໌
Acer Ring
ໃນສ່ວນຂອງຊອຟທ໌ແວຣ໌ ຂອງ Acer Iconia Tab A200 ນັ້ນຈະມາພ້ອມກັບລະບົບປະຕິບັດການ Android 4.0 ICS ເຊິ່ງກໍ່ ເຮັດອອກມາໃຊ້ໄດ້ພໍສົມຄວນ (ແຕ່ຮູ້ສຶກກະຕຸກເລັກນ້ອຍຕອນປ່ຽນຫນ້າຈໍວິດເຈັດ ແຕ່ຫນ້າແປກ ທີ່ເມື່ອເຂົ້າໃນຫນ້າຈໍເລືອກແອບພລິເຄເຊິນຜັດເຮັດໄດ້ລ່ຽນໄຫລດີ) ທີ່ຫນ້າສົນໃຈຄື UI ທີ່ເພີ່ມເຂົ້າມານັ້ນກໍ່ຄື Acer Ring ທີ່ເຮັດໃຫ້ໃຊ້ວຽກໄດ້ສະດວກຫລາຍຂຶ້ນ ໂດຍເຮົາສາມາດຕັ້ງຄ່າເລືອກແອບພລິເຄເຊິນທີ່ໃຊ້ວຽກຢູ່ເລື້ອຍໆມາໄວ້ໃນ Acer Ring ໄດ້ອີກດ້ວຍ ລວມໄປເຖິງການເປີດບຸກມາກ (Bookmark) ໄດ້ຢ່າງງ່າຍ ດາຍ; ສຳລັບຫນ້າຈໍກໍ່ມີລູກຫລິ້ນ ຕອນປົດລອັກທີ່ເຮັດໃຫ້ເຮົາສາມາດປົດລອັກເຄື່່ອງພ້ອມເຂົ້າເຖິງ ແອບພລິເຄເຊິນທີ່ເຮົາຕ້ອງການໄດ້ຢ່າງວ່ອງໄວ (ສາມາດຕັ້ງຄ່າ ໄດ້ 4 ແອບພລິເຄເຊິນ).
Mutitasking
ເນື່ອງຈາກ Acer IconiaTab A200 ມາພ້ອມ Android4.0 ICS ກໍ່ເລີຍມີ Multitaskingເພີ່ມເຂົ້າມາໃຫ້ ເຊິ່ງໃຊ້ວຽກກໍ່ ສະດວກຫລາຍ ເມື່ອເຮົາຕ້ອງ ການສະຫລັບແອບພລິເຄເຊິນ ຫລື ເປີດໃຊ້ວຽກຫລາຍແອບພລິເຄ ເຊິນພ້ອມກັນ (ແລະສາມາດປິດແອບພລິເຊິນທີ່ຄ້າງໄວ້ໄດ້ງ່າຍໆ ດ້ວຍການປັດນິ້ວມືໄປທາງຊ້າຍ ຫລື ທາງຂວາ)
Browser
ການໃຊ້ບຣາວເຊີເພື່ອທ່ອງອິນເຕີເນັດກໍ່ຖືວ່າດີເລີດເລີຍ (ເມື່ອລອງປຽບທຽບກັບTransformer Prime ແລ້ວເຂົ້າໄດ້ໄວເທົ່າໆກັນເລີຍຫນ້າແປກຫລາຍ) ສາມາດຮອງຮັບ Flash Player ໄດ້ສະບາຍໆທີ່ສຳຄັນເມື່ອມາພ້ອມກັບ Android 4.0 ICS ກໍ່ເຮັດໃຫ້ສາມາດບັນທຶກເພຈໄວ້ອ່ານແບບ offline ໄດ້ອີກດ້ວຍ (ລວມເຖິງການເລືອກໃຫ້ສະແດງຜົນໃນຮູບແບບ PC)
Clear.fi
ເປັນແອບພລິເຄເຊິນທີ່ໄວ້ໃຊ້ເປີດຟາຍລ໌ຮູບພາບ, ວິດີໂອ, ເພງໃນຕົວແທັບເລັດຂອງເຮົາ ໂດຍສາມາດ Stream ຟາຍລ໌ມີເດຍຕ່າງໆຈາກຄອມ ພິວເຕີຂອງເຮົາມາຫລິ້ນໃນແທັບເລັດໄດ້ (ແຕ່ຕ້ອງຜ່ານສັນຍານ Wi-Fi ດຽວກັນ ແລະ ຕ້ອງເຂົ້າໄປຕັ້ງຄ່າໃນຄອມເຮົາກ່ອນ)
Document To Go
ເປັນແອບພລິເຄເຊິນສຳລັບເປີດ ແລະ ແກ້ໄຂຟາຍລ໌ເອກະສານທີ່ມາພ້ອມຕົວເຄື່ອງເລີຍ (ປົກກະ ຕິຈະເຫັນແຕ່ Poralis Office) ເຊິ່ງຕົວນີ້ກໍ່ໃຊ້ວຽກໄດ້ດີບໍ່ນ້ອຍ ຫນ້າກັນ
Google Play
ມັນກໍ່ຄື Android Market ທີ່ປ່ຽນຊື່ໃຫມ່ນັ້ນເອງໄວ້ສຳລັບ ດາວໂຫລດແອບພລິເຄເຊິນຕ່າງໆລົງໃສ່ໃນເຄື່ອງເຮົາ ຖືວ່າເປັນແອບພລິເຄເຊິນທີ່ຈຳເປັນຫລາຍໃນແທັບເລັດແອນດຣອຍ
Games
ຫລິ້ນເກມທົ່ວໄປກໍ່ເຮັດໄດ້ດີດ້ວຍພະລັງຂອງ NVIDIA Tegra 2 ກໍ່ພຽງພໍໃຫ້ທ່ານຫລິ້ນເກມໄດ້ຄົບທຸກເກມແລ້ວ ນອກນັ້ນ ຍັງມີແອບພລິເຄເຊິນທີ່ຫນ້າສົນໃຈຕ່າງໆທີ່ຕິດເຄື່ອງມາໃຫ້ອີກ ຫລາກຫລາຍ
ສະຫລຸບ
ຈາກທີ່ລອງຫລິ້ນເບິ່ງກໍ່ບໍ່ມີຫຍັງທີ່ໂດດເດັ່ນຫລາຍປານໃດເພາະຄຸນລັກສະນະສະເພາະລະດັບນີ້ກໍ່ອອກມາໃຫ້ຫລິ້ນດົນພໍສົມຄວນແລ້ວ ແລະ ຍັງມີການຫລຸດຄຸນລັກສະນະ ໂດຍການເອົາກ້ອງຫລັງ ແລະ ຜອດ HDMI ອອກ ໄປອີກ (ຄິດວ່າຈຸດເດັ່ນຂອງ Acer ຄືມີຜອດຄົບຖ້ວນ ແຕ່ຜັດເອົາອອກ ໄປຊ້ຳ) ເຮັດໃຫ້ Acer IconiaTab A200 ເບິ່ງແລ້ວເຄິ່ງໆ ກາງໆ ແຕ່ຢ່າງໃດກໍ່ຕາມ AcerIconia Tab A200 ທີ່ມາພ້ອມກັບລະບົບປະຕິບັດການ Android 4.0 ICSທີ່ມີຟີເຈີ ແລະ ລູກຫລິ້ນທີ່ຫນ້າສົນໃຈເພີ່ມເຂົ້າມາໃຫ້ເລີຍເຮັດໃຫ້ Acer Iconia Tab A200 ເປັນອີກທາງເລືອກສຳລັບຜູ້ທີ່ກຳລັງຫັດຫລິ້ນແທັບເລັດແອນດຣອຍ.
ຈຸດເດັ່ນ
- ເປັນແທັບເລັດຫນ້າຈໍ ຂະຫນາດ 10ນິ້ວ ໃນລາຄາກຳ ລັງພໍດີ
- ມາພ້ອມລະບົບປະຕິບັດ ການ Android 4.0 ICS ແລະ ແອບພລິເຄເຊິນ Acer Ring ຊ່ວຍ ໃນການນຳໃຊ້ທີ່ສະດວກຍິ່ງຂຶ້ນ
- ມີຜອດ USB (ຕໍ່ເມົາສ໌, ຣຳດຣາຍຟ໌ໄດ້ສະບາຍໆ)
ຈຸດສັງເກດ
- ຕົວເຄື່ອງຂ້ອນຂ້າງຫນັກ ແລະ ຫນາ
- ບໍ່ມີກ້ອງຫລັງ
- ຫນ້າຈໍສີຂ້ອນຂ້າງຈືດ
ຂໍຂອບໃຈຂ່າວຈາກ http://www.ecom.org.la